ບໍລິສັດ ເອພີໄອເອັສ ຈຳກັດ ເປັນບໍລິສັດທີ່ມີເປົ້າໝາຍດຳເນີນການທຸລະກິດດ້ານການພັດທະນາ ໂປຣແກຣມຄອມພີວເຕີ, ພັດທະນາເວັບໄຊຣ໌ທີ່ເປັນພາສາລາວ ແລະ ພາສາຕ່າງປະເທດ, ຮັບໃຊ້ທັງວຽກງານຂອງລັດ, ລັດວິສາຫະກິດ, ອົງການສາກົນຢູ່ລາວ ແລະ ທຸລະກິດເອກະຊົນທຸກລະດັບ. ປັດຈຸບັນ, ບໍລິສັດໄດ້ມີຜົນງານໃນການອອກແບບ ແລະ ພັດທະນາໂປຣແກຣມບັນຊີການເງິນທີ່ໄດ້ຜ່ານການຮັບຮອງຈາກກະຊວງການເງິນ, ໂປຣແກຣມບັນຊີໂຄງການ, ບັນຊີສາງ, ໂປຣແກຣມຄຸ້ມຄອງພະນັກງານ-ຄິດໄລ່ເງິນເດືອນ ແລະ ໂປຣແກຣມຄຸ້ມຄອງບໍລິຫານຕ່າງໆ ຕາມລູກຄ້າຕ້ອງການ. ບໍລິການທີ່ປຶກສາດ້ານລະບົບໄອທີ, ທີ່ປຶກສາດ້ານລະບົບບັນຊີ ແລະ ອື່ນໆ
ບໍລິສັດ ເອພີໄອເອັສ ຈຳກັດ ເປັນບໍລິສັດໜຶ່ງທີ່ໄດ້ແຍກໂຕອອກມາຈາກບໍລິສັດ ພີວິເຄເທັກຄອມ ຈຳກັດ (PVK Tech-comp Co., Ltd.) ຕັ້ງຢູ່ຖະໜົນດົງປ່າລານ ເມືອງ ສິສັດຕະນາກ ກຳແພງນະຄອນວຽງຈັນ. ບໍລິສັດ PVK Tech-comp ເປັນບໍລິສັດຈຳໜ່າຍອຸປະກອນເຄື່ອງຄອມພີວເຕີ ແລະ ພັດທະນາໂປຣແກຣມ. ເພື່ອໃຫ້ພາກສ່ວນ ພັດທະນາໂປຣແກຣມ ໄດ້ມີການຂະຫຍາຍໂຕຍ່າງເຕັມສ່ວນ ແລະ ພັດທະນາແບບມືອາຊີບ ດັ່ງນັ້ນຈຶ່ງໄດ້ແຍກໂຕອອກມາສ້າງຕັ້ງເປັນບໍລິສັດ ເອພີໄອເອັສ ຈຳກັດ ເຊິ່ງມີຊື່ຫຍໍ້ມາຈາກຄຳວ່າ: Advanced Programming Information System (APIS). ໃນພາສາລາວເອີ້ນວ່າ ບໍລິສັດພັດທະນາໂປຣແກຣມ ທັນສະໄໝ. ໃນໄລຍະສ້າງຕັ້ງໃໝ່ ບໍລິສັດ ໄດ້ມີສຳນັກງານຕັ້ງຢູ່ຖະໜົນທ່າເດື່ອ ບ້ານ ທາດຂາວ ເມືອງ ສີສັດຕະນາກ ກຳແພງນະຄອນວຽງຈັນ. ເພື່ອໃຫ້ມີທິມງານເຂັ້ມແຂງ ແລະແບ່ງເບົາພາລະຄ່າເຊົ່າສຳນັກງານ ຈຶ່ງມີບໍສັດ ເອັສ-ອິນໂຟ ມາຢູ່ຮ່ວມນຳ.
ໄລຍະທີ 2 ຕົ້ນປີ 2006 ໄດ້ມີການຍົກຍ້າຍສຳນັກງານ ໄປຢູ່ຖະໜົນກຳແພງເມືອງ ບ້ານ ໂພນທັນ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ຈົນເຖິງປີ 2014 ໃນຊ່ວງເວລານີ້ ບໍລິສັດໄດ້ມີທິມງານພັດທະນາຊອບແວທີ່ເຂັ້ມແຂງ ແລະ ມີໂອກາດເຂົ້າຮ່ວມໂຄງການຂອງພາກລັດຫຼາຍກະຊວງ ພ້ອມກັນນີ້ຍັງໄດ້ມີການຮ່ວມມືກັບ ບໍລິສັດພັດທະນາຊອບແວຈາກ ສສ ຫວຽດນາມ ແລະ ໄດ້ຮ່ວມມືກັບ ສະຖາບັນເທັກໂນໂລຊີວຽງຈັນ VIOT ຈັດຕັ້ງການຮຽນການສອນລະດັບຊັ້ນສູງ ພາກວິຊາ ຄອມພີວເຕີ ແລະ ຂຽນໂປຣແກຣມ
ປັດຈຸບັນຕັ້ງຢູ່ ຖະໜົນມິດຕະພາບ ລາວ-ໄທ ບ້ານທົ່ງພານທອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ໃນປີ 2014